|
ຄໍາຂວັນຂອງນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ ມາວຽງຈັນ ຊົມຂົວມິດຕະພາບ ກາບໄຫວ້ຫໍພະແກ້ວຊົມ ສວນປະຕູໄຊ ໄຫວ້ພະທາດຫຼວງມິ່ງຂວັນ ຊົມວິວທິວທັດ ແຄມຂອງ ຫາດຊາຍ ສີທອງດອນຈັນ ຊີມລົດອາຫານນາໆຊາດ ເທິງຫໍຜາສາດສີ່ສິບຊັ້ນ ພັກຜ່ອນ ເທິງວິມານສະຫວັນ ໂຮງແຮມດອນຈັນພາເລດ ລືນາມ.
- ກຳແພງນະຄອນວຽງຈັນ:
ໄດ້ປ່ຽນມາເປັນນະຄອນຫຼວງວຽງຈັນ ເມື່ອປີ ຄສ. 2003. ມີເນື້ອທີ່ 3.920 ກມ2. ມີປະຊາກອນ 650.600 ຄົນ. ມີ 9 ຕົວເມືອງຄື: ເມືອງຈັນທະບູລີ, ສີໂຄດຕະບອງ, ໄຊເຊດຖາ, ສີສັດຕະນາກ, ນາຊາຍ ທອງ, ໄຊທານີ, ຫາດຊາຍຟອງ, ສັງທອງ ແລະ ເມືອງປາກງື່ມ. ມີສະ ຖານທີ່ການສຶກສາຊັ້ນສູງ, ຊັ້ນກາງ ແລະ ຊັ້ນຕົ້ນ ທີ່ສຳຄັນ ຂອງລັດຖະ ບານ 20 ກວ່າແຫ່ງ, ກວມ 50 ສ່ວນຮ້ອຍ ຂອງການສຶກສາທົ່ວປະເທດ. ວັດ 130 ແຫ່ງ. ຕະຫຼາດໃຫຍ່ 8 ແຫ່ງ. ຂົວຂ້າມນ້ຳຂອງ 1 ແຫ່ງ. ຂົວ ຂ້າມນ້ຳງື່ມ 2 ແຫ່ງ. ແມ່ນ້ຳສາຍສຳຄັນໄດ້ແກ່: ແມ່ນ້ຳຂອງ, ນ້ຳງື່ມ, ນ້ຳຫຸມ, ນ້ຳສັກ, ຫ້ວຍໝາກນາວ, ຫ້ວຍໝາກຮຽວ. ໃນປະຫວັດສາດ ເມື່ອ ຫຼາຍຮ້ອຍປີ ຫຼື ພັນປີມາແລ້ວມີຊື່ວ່າ ເມືອງວຽງຄຳ (ປະຈຸບັນ ຊື່ວ່າບ້ານ ວຽງຄຳ ຢູ່ແຂວງວຽງຈັນ ແຄມນ້ຳງື່ມ). ເຈົ້າໄຊຍະເສດຖາທິລາດ ໄດ້ຍົກຍ້າຍນະຄອນຫຼວງຈາກ ຊຽງທອງ (ຫຼວງພະບາງ) ມາວຽງຈັນໃນປີ ຄສ. 1560 ແລະ ໄດ້ສ້າງຫໍໂຮງເຊັ່ນ: ຫໍພະແກ້ວ, ຫໍພະແຊກຄຳ, ພະ ທາດຫຼວງ. ຫຼໍ່ພະພຸດທະຮູບຂະໜາດໃຫຍ່ ດ້ວຍທອງສຳລິດ ເຊັ່ນ: ພະອົງ ຕື້, ພະສຸກ, ພະເສີມ, ພະໃສ ເປັນຕົ້ນ. ໃນສະໄໝນີ້ໄດ້ມີ ການສ້າງສາ ແລະ ສ້ອມແປງວັດວາຕ່າງໆຫຼາຍແຫ່ງ, ລວມທັງສ້າງກຳແພງເມືອງ ທີ່ກໍ່ ດ້ວຍດິນຈີ່ ແລະ ດິນໜຽວ.
- ນະຄອນຫຼວງວຽງຈັນ:
ເປັນໃຈກາງ ທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳລາວ ຕັ້ງແຕ່ສະໄໝນັ້ນເປັນຕົ້ນມາ ແລະ ເລີ່ມເສື່ອມໂຊມລົງ ເມື່ອປະເທດລາວ ແຕກແຍກອອກເປັນສາມອານາຈັກ, ຊຶ່ງຕໍ່ມາໄດ້ຕົກເປັນຫົວເມືອງຂຶ້ນຂອງ ສະຫຍາມ ໃນປີ ຄສ. 1779. ຈາກນັ້ນ ນະຄອນວຽງຈັນທີ່ເຄີຍຮຸ່ງເຮືອງ ມາໄດ້ຫຼາຍສະຕະວັດ ກໍ ໄດ້ຖືກເຜົາຜານຈົນຮາບກ້ຽງ ໃນສະໄໝສົງຄາມ ລະຫວ່າງ ເຈົ້າອະນຸວົງ, ກະສັດອົງສຸດທ້າຍ ແຫ່ງຣາຊະວົງວຽງຈັນ ກັບ ກອງທັບສະຫຍາມ ເມື່ອປີ ຄສ.1826-1828. ບໍ່ພຽງແຕ່ວັດວາ ຫໍໂຮງ ອັນວິຈິດງົດງາມຖືກມ້າງເພທຳລາຍ ເທົ່ານັ້ນ, ປະຊາຊົນລາວ ຍັງຖືກວາດ ຕ້ອນໄປຍັງສະຫຍາມ ແລະ ໄດ້ກາຍເປັນພົນລະເມືອງໄທ ໃນເວລາຕໍ່ມາ.
- ວຽງຈັນ:
ເປັນເມືອງຮ້າງ ເປົ່າແປນຢູ່ຫຼາຍສິບປີ ນັບແຕ່ປີ ຄສ.1829 ເຖິງທ້າຍສະ ຕະວັດທີ່ 19 (ຄສ. 1893) ເມື່ອຝຣັ່ງເຂົ້າມາຍຶດເອົາເປັນຫົວເມືອງຂຶ້ນ. ນັບແຕ່ ນັ້ນມາ, ນະຄອນວຽງຈັນຈິ່ງຄ່ອຍໆຟື້ນຊີບຄືນ, ໄດ້ມີການສ້າງ ສາບູລະນະວັດວາອາຣາມ ທີ່ຍັງເຫຼືອເຊັ່ນ: ໃນປີ ຄສ.1928 ໄດ້ສ້ອມແປງ ຫໍພະແກ້ວ ແລະ ພະທາດຫຼວງ.
- ປະຈຸບັນວຽງຈັນ:
ເປັນນະຄອນຫຼວງ ຂອງ ສປປ ລາວ, ທັງເປັນຫົວໜ່ວຍສຳຄັນຂອງ ການ ປົກຄອງທີ່ເອີ້ນວ່າ: ນະຄອນຫຼວງວຽງຈັນ. ມີພົນລະເມືອງໜາແໜ້ນ ກວ່າ ໝູ່ຄື 166 ຄົນ/ກມ2 (ຄວາມໜາແໜ້ນຕ່ຳສຸດແມ່ນ ແຂວງອັດຕະປື ແລະ ແຂວງເຊກອງ ຄື: 10,5 ຄົນ/ກມ2). ນະຄອນຫຼວງວຽງຈັນ ຕັ້ງຢູ່ລະ ຫວ່າງພື້ນທີ່ ຮາບພຽງ ຂອງລ່ອງແມ່ນ້ຳຂອງ ແລະ ນ້ຳງື່ມ: ມີທົ່ງຮາບ ວຽງຈັນ ທີ່ເໝາະສົມແກ່ການປູກຝັງ-ລ້ຽງສັດ, ຊຶ່ງອ້ອມດ້ວຍພູເຂົາຄວາຍ ຕໍ່ໃສ່ສາຍພູງູ.
ຂໍ້ມູນຈາກ: ເວັບໄຊຂ່າວສານປະເທດລາວ
|

|