ສະຖານທີ່ ທ່ອງທ່ຽວຕ່າງໆໃນເມືອງຍອດອູ ແຂວງ ຜົ້ງສາລີ ເໜືອສຸດປະເທດລາວ

  • ທີ່ຕັ້ງພູມສັນຖານ, ທ່າແຮງ ແລະ ຈຸດພິ
    ເສດຂອງແຂວງ ຫຼວງນ້ຳທາ. 

  •  

    1. ທີ່ຕັ້ງພູມສັນຖານ, ທ່າແຮງ ແລະ ຈຸດພິເສດຂອງແຂວງ ຫຼວງນ້ຳທາ.
    - ແຂວງຫຼວງນໍ້າທາເປັນແຂວງນ້ອຍ, ຕັ້ງຢູ່ພາກຕາເວັນຕົກສ່ຽງເໜືອຂອງ
    ສປປ ລາວ, ມີເນື້ອທີ່ທັງໝົດ 9.325 km2,ໃນນີ້ 85% ເປັນເຂດພູດອຍ
    ແລະ 55% ເປັນເຂດປ່າໄມ້ປົກຄຸມ, ມີຊາຍແດນຕິດກັບແຂວງບໍ່ແກ້ວ,
    ແຂວງອຸດົມໄຊ ແລະ ຕິດກັບ ສປ. ຈີນ 140 km,ຕິດກັບມຽນມ້າ 130km,
    ທົ່ວແຂວງປະກອບມີ 5 ເມືອງ, ມີພົນລະເມືອງ 162.747 ຄົນ, ສະເລ່ຍ
    ຄວາມໜ້າແໜ້ນຂອງປະຊາກອນແມ່ນ 17 ຄົນ/km.
    - ທ່າແຮງຂອງແຂວງຫຼວງນໍ້າທາ ແມ່ນປະຊາຊົນບັນດາເຜົ່າ, ມີມູນເຊື້ອສາມັກຄີ
    ແລະ ດຸໜັ່ນ ໃນການສ້າງສາພັດທະນາ. ດິນຟ້າອາກາດເໜາະສົມແກ່ການ
    ປູກຝັງ - ລ້ຽງສັດ, ມີແມ່ນໍ້າຫຼາຍສາຍສາມາດກໍ່ສ້າງຊົນລະປະທານ ແລະ
    ເຂື່ອນໄຟຟ້າຂະໜາດນ້ອຍ, ຂະໜາດກາງ, ມີຊັບພະຍາກອນທຳມະຊາດ ແລະ
    ຊີວະນາໆພັນທີ່ອຸດົມສົມ ບູນ,​ ມີແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນາ
    ທຳ, ມີສະໜາມບິນພາຍໃນ, ມີດ່ານສາກົນ, ດ່ານທ້ອງຖິ່ນ ແລະ ເປັນແຂວງ
    ທາງຜ່ານເຊື່ອມຕໍ່ອານຸພາກພື້ນ.
    - ໄປພ້ອມໆກັບຂໍ້ສະດວກທີ່ກ່າວມານັ້ນ, ພວກເຮົາຍັງມີຂໍ້ຫຍຸ້ງຍາກ ແລະ
    ສິ່ງທ້າທາຍບໍ່ໜ້ອຍ, ເປັນຕົ້ນແມ່ນເປັນແຂວງພູດອຍ, ລະດັບຄວາມຮູ້, ຄວາມ
    ສາມາດຂອງ ພະນັກງານ ແລະ ປະຊາຊົນຍັງຕໍ່າ, ພື້ນຖານການຜະລິດຍັງ
    ອ່ອນນ້ອຍ, ເປັນແຂວງທຸກຍາກ, ທຶນຮອນຍັງຈຳກັດ.

    2. ເສດຖະກິດຂອງແຂວງ.
    - ເສດຖະກິດຂະຫຍາຍຕົວຕໍ່ເນື່ອງໃນລະດັບ 8,3%, ສະເລ່ຍລາຍຮັບ
    ຕໍ່ຫົວຄົນໄດ້ 868$, ປີ 2011 ໄດ້ 815$.
    - ການຜະລິດເປັນສິນຄ້າຈະແມ່ນລ້ຽງສັດ ແລະ ປູກພືດ ລ້ວນແຕ່ຂະ
    ຫຍາຍຕົວດີ, ອັນເດັ່ນກ່ວາໝູ່ແມ່ນປູກຢາງພາລາ, ປະຈຸບັນເນື້ອທີ່ສວນຢາງ
    ພາລາມີ 30ພັນກ່ວາ ເຮັກຕາ, ປີ 2012 ນີ້ປາດຢາງໄດ້ 3950 ໂຕນ.
    - ພື້ຖານໂຄງລ່າງໄດ້ຮັບການປັບປຸງ ແລະ ກໍ່ສ້າງສໍາເລັດຕາມຄາດໜາຍ
    ເຊັ່ນວ່າ: ໂຄງການໂຮງຮຽນມັດທະຍົມສົມບູນເທດສະບານແຂວງ,ໂຮງຮຽນປະ
    ຖົມສົມບູນ ບ້ານ ອຸດົມສີນ, ເມືອງ ຫຼວງນໍ້າທາ,ສະໂມສອນເມືອງຫຼວງນໍ້າທາ,
    ຫ້ອງການກອງພັນ 418, ຫ້ອງການທະຫານເມືອງລອງ, ກອງຮ້ອຍເຄື່ອນທີ່,
    ສະຖານີວິທະຍຸ FM ເມືອງ ສິງ, ຫ້ອງການຍຸຕິທຳເມືອງສິງ, ເມືອງ ວຽງພູຄໍາ,
    ຮ່ອງລະບາຍນໍ້າ, ປະຈຸບັນມີເສັ້ນທາງລົດເຂົ້າໄປເຖິງບ້ານກວມ 92,7%
    ຂອງຈຳນວນບ້ານໃນທົ່ວແຂວງ, ຄອບ ຄົວທີ່ ໄດ້ນຳໃຊ້ໄຟຟ້າກວມ 86%
    ຂອງຄອບຄົວໃນທົ່ວແຂວງ, ປະຈຸບັນພວມກໍ່ສ້າງເສັ້ນທາງ 4 ເລນຈາກເທດສະ
    ບານແຂວງ ຫາ ສະໜາມບິນ,ຫ້ອງການພະແນກການເງິນ ແຂວງ, ຫ້ອງການ
    ຊາວໜຸ່ມແຂວງ, ໂຮງຮຽນມັດທະຍົມສົມບູນ ຢູ່ ເມືອງສິງ, ເມືອງນາແລ, ຫ້ອງ
    ການ ປກສ ເມືອງສິງ, ຊົນລະປະທານນໍ້າມະອຸ່ນ, ນໍ້າຢະ ເມືອງສິງ ແລະ
    ໂຄງການອື່ນໆ ອີກ.
    - ໄດ້ນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືກວມ 91% ຂອງຈຳນວນບ້ານ
    ໃນທົ່ວແຂວງ.
    - ລຶບລ້າງຄອບຄົວທຸກຍາກໄດ້ 1.520 ຄອບຄົວ,ມີຄອບຄົວພົ້ນທຸກ 22.671
    ຄອບຄົວ ກວມ 74,80% ແລະ ຍັງມີຄອບຄົວທຸກຍາກ 7.636 ຄອບຄົວ,ກວມ
    25,20% ຂອງຄອບຄົວໃນທົ່ວແຂວງ.

     

     

     

     

     

     

    ຍອດອູແດນງານ

    Email: ounchang8884@gmail.com

    Facebook: www.facebook.com/ounchang.navone

     

     

     

     

     

     

     

    Free Web Hosting