|
|
ສະບາຍດີທຸກໆຄົນທີ່ວ່າກຳລັງແນມຫາວິທີການແກ້ໄຂໄວຣັດທີ່ຄຸກຄານຄອມພີວເຕີເຮົາມື້ນີ້ຈະນຳສະເຫນີວິທີການປ້ອງກັນໄວຣັດຄອມພີວເຕີດ້ວຍຕົວທ່ານເອງຈະມີຫຍັງແນ່
ນັ້ນໄປເບີ່ງນຳກັນເລີຍ ວິທີປ້ອງກັນໄວຣັດຄອມພີວເຕີທີ່ນຳສະເຫນີໂດຍເດັກຄອມມີດັ່ງ ນີ້
ຕິດຕັ້ງຊັອບແວ ຫລື ໂປຣແກຣມທີ່ຫນ້າເຊື່ອຖືໄດ້ ຫມາຍຄວາມຄວາມວ່າໂປຣ ແກຣມນັ້ນຕ້ອງມີຄວາມສາມາດ
ໃນການປ້ອງກັນໄວຣັດ ຢ່າຕັ້ງຄ່າໂປຣແກຮມການ ສົ່ງອີເມວເປີດໄຟຣແນບແບບອັດຕະໂນມັດ ຕ້ອງກວດສອບທຸກຄັ້ງກ່ອນຈະດາວ ໂຫລ
ດຟຣາຍແປກໆມາ ສະແກນກວດສອບ file ອີເມວ
ທຸກສະບັບເມື່ອດາວ ໂຫລດມາ ເພາະວ່າສ່ວນຫລາຍແລ້ວໄວຣັດມັກຈະມາ
ພ້ອມອີເມວຫລາຍ ຕັ້ງຄ່າ ລະບົບປ້ອງກັນໄວຣັດເຮັດວຽກທັນທີເມື່ອເປີດຄອມຂື້ນມາ ອັບເດດໂປຣແກຣມ ປ້ອງກັນ
ໄວຣັດຢ່າງສະຫມ່ຳສະເຫມີ ເພາະໄວຣັດມັນມັກຈະພັດທະນາຕົນເອງເພື່ອ ແຊກຊືມເຂົ້າຄອມເຮົາໄດ້ ຢ່າດາວໂຫລດໂປຣແກຣມທີ່ມາຈາກເວັບທີ່ບໍ່ຫນ້າເຊືອ
ຖືເດັດຂາດເພາະນີ້ແມ່ນມັກຈະມີໄວຣັດ
ທີ່ຮ້າຍຮ້ອງຕິດມາພ້ອມສະແກນ ໄວຮັດທຸກ ຄັ້ງເມື່ອຄອມພີວເຕີມີການຮັບສົ່ງຂໍ້ມູນຕ່າງໆ
ບໍ່ວ່າ
ຈະເປັນທາງ usb ແລະ ອື່ນໆ ກ່ອນເຮົາຈະຕິດຕັ້ງໂປຣແກຣມຫຍັງເຮົາຄວນທີ່ຈະອ່ານລາຍລະອຽດ
ຂອງໂປຣແກຣມ ນັ້ນໃຫ້
ລະອຽດສາກ່ອນເພື່ອຄວາມປອດໄຟ ບໍ່ເປີດເວັບໄຊທີ່ມັກຈະເວົ້າຊວນເຊື່ອ
ຕ່າງໆ ເຊັ່ນ: ເວັບທີ່ມັກບອກວ່າແຈກໂປຣແກຣມຟຣີ
ຫລື ເວັບໂປ້ ແລະ ອື່ນໆ ເວລາຈະເຊື່ອມຕໍ່ເຄື່ອຄ່າຍອີນເຕີເນັດຕ້ອງເປັນເຄື່ອຄ່າຍທີ່ເຊື່ອຖືໄດ້ |